ຄໍາແນະນຳ
ການສູນເສຍຜົມຍ້ອນການປິ່ນປົວດ້ວຍຢາຕ້ານມະເຮັງ ແມ່ນເປັນຜົນຂ້າງຄຽງທີ່ເຈັບປວດຫຼາຍທີ່ເຫັນໄດ້ຊັດເຈນ. ຢ່າງໃດກໍຕາມ, “ມັນບໍ່ເປັນອັນຕະລາຍເຖິງຊີວິດ” ແຕ່ພວກເຂົາບໍ່ເຂົ້າໃຈ ແລະ ຍາກທີີ່ຈະເຂົ້າໃຈ ເພາະມັນເປັນສິ່ງທີ່ເຮັດໃຫ້ເຈັບປວດທາງໃຈໄດ້.
ການປິ່ນປົວທາງເຄມີບຳບັດແມ່ນຈະໄດ້ຮັບການປິ່ນປົວຊ້ໍາຫຼາຍຄັ້ງ, ສະນັ້ນ ການສູນເສຍຜົມ ຈະເກີດຂຶ້ນເລື້ອຍໆ ໃນຊ່ວງໄລຍະເວລາຂອງການປິ່ນປົວ. ຄົນເຈັບບາງຄົນກັງວົນວ່າການສູນເສຍຜົມອາດຈະປ່ຽນແປງຕົວເອງໄດ້. ນອກຈາກແມ່ຍິງແລ້ວ, ຍັງມີຜູ້ຊາຍອີກຫຼາຍຄົນທີ່ເກີດມີຜົມຫູົ່ນ. ຖ້າຢາກເອົາຊະນະໄລຍະເວລາຂອງການປິ່ນປົວທີ່ຍາກລໍາບາກນີ້ໃຫ້ຜ່ານໄປໄດ້ , ທ່ານຕ້ອງປ່ຽນຄວາມຄິດແລະໃຊ້ຊີວິດດ້ວຍຄວາມຮູ້ສຶກທີ່ວ່າ “ເສັ້ນຜົມມັນຈະປົ່ງອີກພາຍຫູັງທີ່ການປິ່ນປົວທັງໝົດໄດ້ສໍາເລັດແລ້ວ”.
ທ່ານຢ່າກັງວົນຄົນດຽວ, ຢາກໃຫ້ຮັບຟັງແລະສົນທະນາກັບແພດຜູ້ຊ່ຽວຊານດ້ານສຸຂະພາບທີ່ມີປະສົບການ ຫຼື ແພດໝໍທີ່ປິ່ນປົວຢູ່ສູນມະເຮັງລາວພວກເຮົາໄດ້.
ເນື້ອໃນນີ້ໄດ້ສະລຸບຜົນກະທົບຕໍ່ຂົນຕາມຮ່າງກາຍໂດຍການປິ່ນປົວດ້ວຍຢາຕ້ານມະເຮັງ (ຜົມ ຄິ້ວ ຂົນຕາ ຂົນອະໄວຍະວະເພດ ແລະ ອື່ນໆ) ແລະ ເຄັດລັບໃນການຈັດການກັບມັນ. ຂ້າພະເຈົ້າຂໍຂອບໃຈຫຼາຍໆ ຖ້າພວກທ່ານສາມາດຈິນຕະນາການໄດ້ວ່າ ພວກທ່ານຄວນວາງໂຕແນວໃດ, ເພື່ອປັອງກັນຮ່າງການຂອງຕົນເອງແລະເອົາຊະນະຊ່ວງເວລາການປິ່ນປົວທີ່ຍາກລຳບາກນີ້ໄປໄດ້.
ມາຮັບຮູ້ກ່ຽວກັບການສູນເສຍຜົມ(ຜົມຫຼົ່ນ)
ການສູນເສຍຜົມ (ຜົມຫຼົ່ນໄປຈົນໝົດ)
ລະດັບຂອງການສູນເສຍຜົມຍ້ອນການປິ່ນປົວດ້ວຍຢາຕ້ານມະເຮັງແຕກຕ່າງກັນໄປຕາມປະ ເພດ ແລະ ປະລິມານຂອງຢາຕ້ານມະເຮັງທີ່ໃຊ້, ການປະສົມປະສານຂອງຢາ, ແລະ ສະພາບຂອງຮ່າງກາຍຂອງຄົນເຈັບທີ່ແຕກຕ່າງກັນ. ນອກຈາກນັ້ນ, ເຖິງແມ່ນວ່າມັນເປັນເລື່ອງງ່າຍທີ່ຈະຈິນຕະນາການພຽງແຕ່ຄໍາວ່າ ການສູນເສຍຜົມ, ມັນອາດຈະສົ່ງຜົນກະທົບຕໍ່ຂົນຂອງຮ່າງກາຍທັງຫມົດເຊັ່ນ: ຄິ້ວ ຂົນຕາ ຂົນອະໄວຍະວະເພດ ແລະ ອື່ນໆ.. ຂຶ້ນກັບປະເພດແລະປະລິມານຂອງຢາຕ້ານມະເຮັງທີ່ໃຊ້. ແຕ່ຫນ້າເສຍດາຍ,ທີ່ໃນປະຈຸບັນນີ້ຍັງ ບໍ່ມີວິທີທີ່ມີປະສິດທິພາບເພື່ອປ້ອງກັນບໍ່ໃຫ້ຜົມຫຼົ່ນ ຍ້ອນຢາຕ້ານມະເຮັງໄດ້ເທື່ອ. ຢ່າງໃດກໍ່ຕາມ, ຜົນຂ້າງຄຽງຂອງຢາຕ້ານມະເຮັງແມ່ນຊົ່ວຄາວ, ດັ່ງນັ້ນ ອາການດັ່ງກ່າວຈະເກີດຂື້ນອີກປະມານ 6 ເດືອນພາຍຫຼັງການປິ່ນປົວ (ບາງຄົນອາດເກີດຂື້ນໄວ ພາຍໃນ 2-4 ເດືອນ).
ການກວດສອບລະດັບທີ່ຄາດວ່າເສັ້ນຜົມຈະມີການຫຼົ່ນກ່ອນການປິ່ນປົວ ແລະ ການກະກຽມ
ຕົວທ່ານເອງສາມາດຊ່ວຍບັນເທົາຄວາມວິຕົກກັງວົນໄດ້.
ເວລາການປິ່ນປົວ ແລະ ການສູນເສຍຜົມ(ຜົມຫຼົ່ນ)
ໂດຍທົ່ວໄປ, ຜົມເລີ່ມຫຼົ່ນລົງປະມານ 2-3 ອາທິດຫຼັງຈາກກິນຢາຕ້ານມະເຮັງ. ຫຼັງຈາກນັ້ນ 3 ຫາ 6 ເດືອນ ( ບາງຄົນ ແມ່ນ 2 ຫາ 4 ເດືອນ) ຫຼັງຈາກການປິ່ນປົວສໍາເລັດ, ຜົມກໍ່ຈະເລີ່ມເກີດຂື້ນໃໝ່ (ການເກີດໃໝ່ຂອງເສັ້ນຜົມ ຈະເລີ່ມຈາກຜົມອ່ອນໆກ່ອນ), ແລະຟື້ນຕົວກັບມາເປັນຜົມປົກກະຕິໄດ້ປະມານ 8 ເດືອນ ຫາ 1 ປີ. ລະດັບຂອງການສູນເສຍຜົມແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ. ນອກຈາກນັ້ນ, ບາງຄົນມີການປ່ຽນແປງສີຜົມຂອງເຂົາເຈົ້າ, ຄຸນນະພາບຜົມ, ແລະຄວາມຫນາຂອງຜົມ. ມັນອາດຈະຕ້ອງໃຊ້ເວລາໄລຍະໃດໜຶ່ງເພື່ອໃຫ້ເສັ້ນຜົມມີການຟື້ນຕົວ.
ເນື້ອໃນນີ້ໄດ້ຖືກສ້າງຂຶ້ນໂດຍອີງໃສ່ປຶ້ມ”ການປິ່ນປົວດ້ວຍຢາຕ້ານມະເຮັງແລະການສູນເສຍເສັ້ນຜົມ (ເດືອນມິຖຸນາ ປີ 2020, ສະບັບທີ 7, ພິມຄັ້ງທີ 3)”
ຈັດພິມໂດຍ Shizuoka Cancer Center