ມະເຮັງ ຖ້າລະບຸຢ່າງຈະແຈ້ງແມ່ນເອີ້ນວ່າ “ ເຊລມະເຮັງ ” ເພາະມັນເກີດຈາກການສ້າງເຊລມະເຮັງໃນຮ່າງກາຍ. ເຊລມະເຮັງ ແມ່ນເຊລທີ່ເຮັດວຽກຜິດປົກກະຕິທີ່ເຮັດໃຫ້ເກີດຄວາມເຈັບປວດ ເຊິ່ງມັນຈະດູດຊຶມເອົາສານອາຫານທີ່ມີປະໂຫຍດ ແລະ ທຳລາຍຈຸລັງທີ່ຢູ່ບໍລິເວນທີ່ມັນຜິດປົກະຕິ ເຊິ່ງມັນສາມາດເກີດຂຶ້ນໄດ້ໃນທຸກພາກສ່ວນຂອງຮ່າງກາຍ. ເມື່ອເກີດຢູ່ໃນຈຸດໃດໜຶ່ງແລ້ວຈະເຮັດໃຫ້ອະໄວຍະວະຢູ່ໃນຈຸດນັ້ນຖືກທຳລາຍໄປເລື້ອຍໆ ແລະ ເມື່ອມັນແຜ່ລາມໄປຫາອະໄວຍະວະທີ່ສຳຄັນ ມັນຈະເຮັດໃຫ້ຄົນເຈັບນັ້ນເສຍຊີວິດ.
ເມື່ອຮ່າງກາຍໄດ້ຮັບສານທີ່ກໍ່ໃຫ້ເກີດມະເຮັງເຊັ່ນ: ສານເຄມີ, ໄວຣັດ, ລັງສີ ສິ່ງເຫຼົ່ານີ້ຈະເຮັດໃຫ້ເຊລມີການປ່ຽນແປງ ແລະ ໃນທີ່ສຸດຈຸລັງປົກກະຕິກາຍເປັນຈຸລັງມະເຮັງ, ຖ້າລະບົບພູມຕ້ານທານຂອງຮ່າງກາຍບໍ່ສາມາດທໍາລາຍເຊລນັ້ນໄດ້ ເຊລມະເຮັງຈະຂະຫຍາຍໂຕເປັນມະເຮັງຢ່າງໄວ.
ປັດຈຸບັນ, ຍັງບໍ່ຮູ້ສາຍເຫດທີ່ແນ່ນອນ ແຕ່ເຊື່ອວ່າມີຫຼາຍປັດໃຈທີ່ກ່ຽວຂ້ອງກັບການເກີດມະເຮັງດັ່ງນີ້:
1. ເກີດຈາກສະພາບແວດລ້ອມພາຍນອກຮ່າງກາຍ
1.1 ສານເຄມີບາງຊະນິດເຊັ່ນ
– ສານເຄມີຈາກຄວັນຢາສູບ ແລະ ຄວັນໄຟ
– ສານພິດຈາກເຊື້ອລາ Mycotoxins
– ສານພິດທີ່ເກີດຈາກການສູບຢາ, ປີ້ງ, ຂົ້ວ ແລະ ຊີ້ນທີ່ເຜົາແບບໄໝ້ແຕ່ບໍ່ສຸກ.
– ສີຍ້ອມຜ້າ
– ສານເຄມີບາງຊະນິດທີ່ຜະລິດຈາກໂຮງງານອຸດສາຫະກໍາ
1.2 ລັງສີຕ່າງໆ, ລວມທັງລັງສີ ultraviolet ທີ່ຢູ່ໃນແສງແດດ
1.3 ການຕິດເຊື້ອຊໍາເຮື້ອເຊັ່ນ:
– ໄວຣັດຕັບອັກເສບ B ຕິດພັນກັບມະເຮັງຕັບ.
– ເຊື້ອໄວຣັສ Papilloma ຂອງມະນຸດ, ຫຼື HPV, ອາດຈະພົວພັນກັບການເກີດມະເຮັງຂອງຈຸລັງ epithelial, ເຊັ່ນ: ມະເຮັງປາກມົດລູກ.
– ເຊື້ອໄວຣັສ Ebstein Barr ໄດ້ຖືກເຊື່ອມຕໍ່ກັບມະເຮັງຕ່ອມນໍ້າເຫຼືອງ ແລະ ມະເຮັງມົດລູກ
– Helicobacter Pylori ແມ່ນພົວພັນກັບມະເຮັງກະເພາະອາຫານ
1.4 ການເປັນພະຍາດໃບໄມ້ໃນຕັບ ຈະພົວພັນເຖິງການເປັນມະເຮັງທໍ່ນໍ້າບີຢູ່ໃນຕັບ.
2. ສາຍເຫດພາຍໃນຮ່າງກາຍເຊັ່ນ:
– ຄວາມຜິດປົກກະຕິທາງກຳມະພັນ
– ຄວາມບໍ່ສົມດຸນຂອງຮໍໂມນ
– ພູມຕ້ານທານທີ່ບົກຜ່ອງ
– ການລະຄາຍເຄືອງທີ່ເກີດຂຶ້ນຊໍ້າໆ ໃນໄລຍະເວລາດົນນານ
– ຂາດສານອາຫານເປັນຕົ້ນ.
– ການປິ່ນປົວດ້ວຍລັງສີ
– ການປິ່ນປົວດ້ວຍເຄມີບໍາບັດ
– ການປິ່ນປົວດ້ວຍຮໍໂມນ
– ການປິ່ນປົວແບບປະສົມ
– ໃຫ້ກວດສຸຂະພາບທຸກໆປີ ໂດຍສະເພາະຖ້າຄົນໃນຄອບຄົວມີປະຫວັດເປັນມະເຮັງ.
– ເມື່ອທ່ານມີອາການ ຫຼື ມີຄວາມສ່ຽງທີ່ກ່າວມາຂ້າງເທິງ, ທ່ານຄວນຈະມາກວດດ່ວນເພາະວ່າອາການສ່ວນໃຫຍ່ຢູ່ໃນໄລຍະເລີ່ມຕົ້ນ ເຊິ່ງສາມາດປິ່ນປົວໄດ້.