ມະເຮັງປອດ ເປັນມະເຮັງທີ່ພົບຫຼາຍທີ່ສຸດໃນໂລກ ແລະ ເປັນສາຍເຫດຂອງການເສຍຊີວິດສູງທີ່ສຸດໃນບັນດາຄົນເຈັບທີ່ເປັນມະເຮັງ, ການເກີດມີປະມານ 9% ຂອງກໍລະນີຄົນເຈັບໃໝ່ໃນແຕ່ລະປີ ແລະ ມັນໄດ້ຖືກພົບເຫັນຢູ່ໃນຄົນເຈັບເພດຊາຍຫຼາຍກວ່າເພດຍິງ ເຊິ່ງມີອັດຕາການຢູ່ລອດ 5 ປີປະມານ 17% ຢູ່ໃນປະເທດທີ່ພັດທະນາແລ້ວ.

  •  ການສູບຢາ: ຜູ້ສູບຢາມີໂອກາດເປັນພະຍາດມະເຮັງປອດຫຼາຍກ່ວາຜູ້ບໍ່ສູບຢາ 10 ຫາ 30 ເທົ່າ 
  • ອາຍຸແກ່ຂຶ້ນ ໂດຍສະເລ່ຍ ຄົນທີ່ມີອາຍຸເກີນ 40 ປີມີຄວາມສ່ຽງສູງຕໍ່ການເປັນມະເຮັງປອດ ແຕ່ມະເຮັງປອດຍັງສາມາດພົບໄດ້ໃນຄົນທີ່ອາຍຸຕໍ່າກວ່າ 40 ປີ.
  • ການສຳຜັດ ແລະ ດູດຊຶມກັບສານທີ່ກໍ່ໃຫ້ເກີດມະເຮັງຈາກສິ່ງແວດລ້ອມເຊັ່ນ: ແຮ່ໄຍຫີນ, ຄວັນຢາສູບມືສອງ, ອາຍແກັສເຣດອນ, ສານຫນູ ແລະ ສານເຄມີອື່ນເຊັ່ນ: ຂີ້ຝຸ່ນ ແລະ ອາຍລະເຫີຍຈາກນິກເກີນ, ໂຄຣມຽມ ແລະ ໂລຫະອື່ນ ຫຼື ການສຳຜັດກັບທາດຢູເຣນຽມ
  • ການປິ່ນປົວໂດຍການສາຍແສງລັງສີໜ້າເອິກ ເຊັ່ນໃນຄົນເຈັບທີ່ເປັນມະເຮັງຕ່ອມນ້ຳເຫຼືອງ (Hodgkin lymphoma) ຫຼື ຄົນເຈັບທີ່ກຳລັງໄດ້ຮັບການຜ່າຕັດເຕົ້ານົມເພື່ອປິ່ນປົວມະເຮັງເຕົ້ານົມ. 
  • ຄົນທີ່ມີສະມາຊິກໃນຄອບຄົວ, ລວມທັງພໍ່ແມ່, ອ້າຍເອື້ອຍ ເປັນມະເຮັງປອດ.

ມະເຮັງປອດໄດ້ຖືກແບ່ງອອກເປັນສອງປະເພດຄື:

* ມະເຮັງປອດທີ່ບໍ່ແມ່ນຈຸລັງຂະໜາດນ້ອຍ (NSCLC: Non-Small Cell Lung Cancer)

– ມະເຮັງປອດຊະນິດນີ້ເປັນມະເຮັງປອດທີ່ພົບຫຼາຍທີ່ສຸດ ເຊິ່ງກວມປະມານ 85% ຂອງຄົນເຈັບ ເຊລມະເຮັງຊະນິດນີ້ຈະແພ່ກະຈາຍໄດ້ຊ້າກວ່າ ເຊລມະເຮັງປອດຈຸລັງຂະໜາດນ້ອຍ.
– ປະມານ 40% ທີ່ເຊລມະເຮັງສ້າງເຍື່ອເມືອກໃນເຍື່ອຫຸ້ມຫຼອດລົມ ຖືກກວດພົບຫຼາຍທີ່ສຸດໃນຜູ້ສູບຢາທຸກມື້, ແຕ່ມັນຍັງສາມາດພົບໄດ້ໃນຄົນທີ່ບໍ່ສູບຢາ.

* ມະເຮັງປອດຈຸລັງຂະໜາດນ້ອຍ (SCLC: Small Cell Lung Cancer)

– ມະເຮັງປອດ squamous cell ເຊິ່ງມັກຈະເກີດຂື້ນຢູ່ໃນເສັ້ນທາງເດີນຫາຍໃຈສ່ວນເທິງຂອງປອດ ມະເຮັງປອດຈຸລັງຂະໜາດນ້ອຍມັກຈະເກີດຂຶ້ນຢູ່ເຄິ່ງກາງຂອງຫຼອດລົມ ແລະ ແຜ່ລາມໄວກວ່າມະເຮັງປອດທີ່ບໍ່ແມ່ນຈຸລັງຂະໜາດນ້ອຍເຮັດໃຫ້ເສຍຊີວິດຢ່າງໄວພົບຢູ່ໃນປະມານ 15% ຂອງມະເຮັງປອດທັງໝົດ.

ອາການທີ່ພາໃຫ້ຄົນເຈັບໄປພົບແພດມັນສາມາດສະແດງອອກໄດ້ຫຼາຍຮູບແບບ, ລວມທັງການຫາຍໃຈສັ້ນໆ ແລະ ມີສຽງຫວີດ, ສຽງດັງ, ເຈັບເອິກ ໄອມີຂີ້ກະເທີ່ ແລະ ມີເລືອດອອກມານຳ, ໄອຊຳເຮື້ອ, ນໍ້າໜັກຫຼຸດລົງໂດຍບໍ່ຮູ້ສາຍເຫດ ຫຼື ມີອາການອ່ອນເພຍເປັນຕົ້ນ.

ໃນປັດຈຸບັນນີ້ຍັງບໍ່ມີວິທີການອັນໃດ ທີ່ຈະສາມາດປ້ອງກັນການເກີດໄດ້ ຈາກການສຶກສາທີ່ລະອຽດທີ່ສຸດກ່ຽວກັບສາຍເຫດ ແລະ ຄວາມສ່ຽງຂອງມະເຮັງປອດໃນຕ່າງປະເທດນັ້ນ ປະເມີນວ່າ 81% ຂອງມະເຮັງປອດໃນປີ 2010 ເກີດຈາກການ ສູບຢາ ຢ່າງໃດກໍ່ຕາມ ເຖິງຈະບໍ່ມີວິທີປ້ອງກັນແຕ່ສາມາດຫຼຸດຄວາມສ່ຽງໄດ້ຢ່າງຫຼວງຫຼາຍໂດຍການບໍ່ສູບຢາ ຫຼື ເລີກຢາສູບ ຫຼີກລ້ຽງການສູບຢາສູບມືສອງ (ການສູບເອົາຄັວນຢາສູບຈາກຜູ້ທີ່ສູບ) ແລະ ຫຼີກລ້ຽງການສູບເອົາສານເຄມີຕ່າງໆທີ່ເກີດຈາກໂຮງງານ.