ມະເຮັງລຳໄສ້ໃຫຍ່ ເປັນພະຍາດທີ່ເຊລຈຸລັງປົກກະຕິໃນລໍາໄສ້ໃຫຍ່ມີການປ່ຽນແປງ ໂດຍມີການແບ່ງຕົວເພີ່ມຈໍານວນຢ່າງບໍ່ຢຸດຢັ້ງຈົນຄວບຄຸມບໍ່ໄດ້ ການປ່ຽນແປງນີ້ອາດໃຊ້ເວລາເປັນປີ ໃນໄລຍະທໍາອິດ ເຊລຈຸລັງອາດເປັນພຽງແຕ່ເນື້ອງອກທໍາມະດາ ແຕ່ຫາກປ່ອຍໄວ້ໂດຍບໍ່ໄດ້ຮັບການປິ່ນປົວ ຫຼື ການຜ່າຕັດ ເນື້ອງອກນີ້ອາດຈະແຜ່ລາມກາຍເປັນມະເຮັງໄດ້.

ເຖິງແມ່ນວ່າ ຍັງບໍ່ຮູ້ສາຍເຫດທີ່ແນ່ນອນໃນສາຍເຫດທີ່ກໍ່ໃຫ້ເກີດມະເຮັງລໍາໄສ້ ແຕ່ມີບາງປັດໃຈທີ່ເພີ່ມຄວາມສ່ຽງໃນການແຜ່ລາມຂອງມະເຮັງຊະນິດນີ້ເຊັ່ນ:
– ມີປະຫວັດຂອງການມີເນື້ອງອກ ໂດຍປົກກະຕິແລ້ວຈະພົບຢູ່ຜະໜັງລຳໄສ້ໃຫຍ່ແຕ່ບໍ່ເປັນອັນຕະລາຍ ແຕ່ຖ້າປ່ອຍໄວ້ດົນໄປ ເນື້ອງອກຈະສາມາດປ່ຽນເປັນມະເຮັງລຳໄສ້ໃຫຍ່.
– ອາຍຸ: ພົບວ່າຫຼາຍກວ່າ 90% ເກີດຂຶ້ນໃນຄົນອາຍຸຫຼາຍກວ່າ 50 ປີ, ແຕ່ມັນຍັງສາມາດເກີດຂຶ້ນໄດ້ໃນ ໄວໜຸ່ມ ແລະ ໄວລຸ້ນໄດ້.
– ມີປະຫວັດຂອງ IBD (ພະຍາດລຳໄສ້ອັກເສບ), ບາດແຜໃນກະເພາະອາຫານ ແລະ ພະຍາດ Crohn, ເຊິ່ງສາມາດພັດທະນາເປັນລໍາໄສ້ໃຫຍ່ອັກເສບຊໍາເຮື້ອ ແລະ ເພີ່ມຄວາມສ່ຽງຂອງການເປັນມະເຮັງລໍາໄສ້.
– ມີປະຫວັດຄອບຄົວເປັນມະເຮັງລໍາໄສ້ ໂດຍສະເພາະຄອບຄົວທີ່ມີສະມາຊິກເປັນມະເຮັງລໍາໄສ້ກ່ອນອາຍຸ 60 ປີແມ່ນມີຄວາມສ່ຽງເພີ່ມຂຶ້ນທີ່ຈະເປັນມະເຮັງລໍາໄສ້ໃຫຍ່.
– ການບໍ່ອອກກໍາລັງກາຍ ແລະ ໂລກຕຸ້ຍ ອາດຈະເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລໍາໄສ້ຫຼາຍຂຶ້ນ.
– ການສູບຢາ ການສຶກສາໄດ້ສະແດງໃຫ້ເຫັນວ່າຜູ້ສູບຢາມີຄວາມສ່ຽງເປັນມະເຮັງລໍາໄສ້ໃຫຍ່ກວ່າຜູ້ທີ່ບໍ່ສູບຢາ.

ບາງເທື່ອມະເຮັງລຳໄສ້ໃຫຍ່ ອາດຈະບໍ່ມີອາການຜິດປົກກະຕິເລີຍ ເຮັດໃຫ້ຄົນເຈັບບໍ່ຮູ້ວ່າຕົນເອງເປັນມະເຮັງລໍາໄສ້ໃຫຍ່ ຫຼື ບາງເທື່ອອາການທີ່ພົບອາດຈະຄ້າຍຄືກັນກັບອາການຂອງພະຍາດອື່ນ. ສະນັ້ນ, ມັນເປັນສິ່ງສຳຄັນທີ່ຈະໄປພົບແພດຖ້າທ່ານມີອາການດັ່ງຕໍ່ໄປນີ້:
– ຖອກທ້ອງ, ທ້ອງຜູກ ຫຼື ຮູ້ສຶກເບື່ອອາຫານ.
– ອາຈົມເປັນເລືອດສົດ ຫຼື ເລືອດເຂັ້ມຫຼາຍ.
– ອາຈົມທີ່ຫຼາຍກວ່າປົກກະຕິ.
– ຄວາມຮູ້ສຶກບໍ່ສະບາຍທ້ອງ, ລວມທັງອາການເຈັບປວດ, ການຍ່ອຍ ແລະ ປວດທ້ອງ.
– ນໍ້າໜັກຫຼຸດລົງ ໂດຍບໍ່ຮູ້ສາຍເຫດ.
– ມີອາການອ່ອນເພຍ.
– ເປັນພະຍາດເລືອດຈາງ

ການກວດເບື້ອງຕົ້ນແມ່ນ ວິທີການຊ່ວຍປ້ອງກັນມະເຮັງລໍາໄສ້ ແລະ ແຍກເນື້ອງອກມະເຮັງທີ່ອາດຈະເກີດຂຶ້ນໄດ້ ແນະນໍາໃຫ້ໄປກວດແຕ່ເບື້ອງຕົ້ນ ທັງເພດຊາຍ ແລະ ຍິງເລີ່ມແຕ່ອາຍຸ 50 ຂື້ນໄປ, ເຊິ່ງວິທີການກວດໃນເບື້ອງຕົ້ນມີດັ່ງນີ້:
– ການກວດເລືອດໃນອາຈົມ ສາມາດກວດພົບວ່າມີເນື້ອງອກ ຫຼື ເປັນມະເຮັງ.
– ການກວດໂດຍໃຊ້ເຄື່ອງສ່ອງ sigmoid (sigmoidoscope), ເຊິ່ງເປັນທໍ່ທີ່ສຽບຜ່ານປາຍຮູທະວານເຂົ້າໄປໃນລໍາໄສ້ສ່ວນກາງເພື່ອກວດຫາເນື້ອງອກ, ມະເຮັງ ແລະ ຄວາມຜິດປົກກະຕິ ເຊິ່ງວິທີນີ້ ທ່ານໝໍສາມາດກວດເອົາເນື້ອເຍື່ອທີ່ຜິດປົກກະຕິອອກໄປກວດໄດ້.
– ການກວດສ່ອງລໍາໄສ້ໃຫຍ່ ຈະສາມາດເຫັນພາບພາຍໃນຂອງລໍາໄສ້ໃຫຍ່ທັງໝົດ ແລະ ສາມາດເກັບສ່ວນທີ່ ໜ້າສົງໄສອອກມາກວດໄດ້.

ການປິ່ນປົວມະເຮັງ ລຳໄສ້ໃຫຍ່ ຈະຕ້ອງແມ່ນທີມແພດໃນສາຂາຕ່າງໆເຊັ່ນ: ແພດຜ່າຕັດ, ແພດລັງສີ ແລະ ແພດຜູ້ຊ່ຽວຊານດ້ານພະຍາດມະເຮັງມາຮ່ວມກັນວາງແຜນການປິ່ນປົວໃຫ້ດີທີ່ສຸດ ແລະ ເໝາະສົມທີ່ສຸດ ສຳລັບຄົນເຈັບ ແຕ່ລະກໍລະນີ ໂດຍປັດໄຈທີ່ມີຜົນຕໍ່ການເລືອກວິທີການຮັກສາຂອງແພດ ເຊັ່ນ: ຂະໜາດ, ຕໍາແໜ່ງ ແລະ ລັກສະນະຂອງເຊລມະເຮັງ ໄລຍະ, ການແຜ່ລາມຂອງມະເຮັງ ແລະ ສຸຂະພາບໂດຍລວມຂອງຄົນເຈັບ.