ມະເຮັງໃນສະໝອງ ເປັນພະຍາດທີ່ເກີດຈາກເນື້ອງອກຮ້າຍແຮງຢູ່ໃນສະໝອງ ແລະ ເຕີບໂຕຢ່າງວ່ອງໄວອາດຈະເກີດຂື້ນເອງໄດ້ຢູ່ໃນເນື້ອເຍື່ອສະໝອງ ຫຼື ຈາກການແຜ່ລາມຂອງມະເຮັງຈາກອະໄວຍະວະອື່ນ ມີປັດໃຈສ່ຽງຕ່າງໆທີ່ສາມາດກໍ່ໃຫ້ເກີດມະເຮັງໄດ້ເຊັ່ນ: ການໄດ້ຮັບສານເຄມີ, ການສູບຢາ ຫຼື ປະຫວັດຂອງຄົນໃນຄອບຄົວເປັນມະເຮັງ ສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ຊີວິດປະຈຳວັນເຊັ່ນ: ເຈັບຫົວ, ເປັນລົມ, ປວດຮາກ ແລະ ຮາກ. ຄົນທີ່ມີບັນຫາກ່ຽວກັບຄວາມສົມດຸນທາງດ້ານຄວາມຄິດ, ສະຕິປັນຍາ, ຄວາມຊົງຈໍາ, ການປາກເວົ້າ, ວິໄສທັດ, ບຸກຄະລິກ ແລະ ອາດເປັນອັນຕະລາຍຕໍ່ຊີວິດ.

ອາການຂອງມະເຮັງໃນສະໝອງ ແມ່ນຂື້ນກັບຂະໜາດ ແລະ ສະຖານທີ່ຂອງເນື້ອງອກ ອາການທີ່ພົບອາດເປັນສາເຫດ ຫຼື ຜົນຂ້າງຄຽງຂອງຄວາມຜິດປົກກະຕິນອກເໜືອ ຈາກມະເຮັງສະໝອງ. ຢ່າກັງວົນຫຼາຍເກີນໄປຖ້າມັນເປັນພຽງອາການເລີ່ມຕົ້ນ ຫຼື ອາການບໍ່ຮຸນແຮງ, ແຕ່ທ່ານສາມາດໄປພົບແພດໝໍໄດ້ຕະຫຼອດຖ້າທ່ານມີ ຄຳຖາມໂດຍທົ່ວໄປແລ້ວ, ຄົນທີ່ເປັນມະເຮັງໃນສະໝອງອາດຈະປະສົບກັບອາການດັ່ງຕໍ່ໄປນີ້:
– ເຈັບຫົວ, ມີອາການຮຸນແຮງໃນຕອນເຊົ້າ.
– ປວດຮາກ, ຮາກ.
– ເປັນລົມ ແບບບໍ່ຮູ້ເມືຶ່ອ.
– ຊຶມ.
– ຊັກ.
– ອ່ອນເພຍ ແລະ ມີອາການມຶນຊາຢູ່ແຂນ-ຂາ.
– ກ້າມຊີ້ນກະຕຸກ.
– ມີບັນຫາຄວາມສົມດຸນຂອງຮ່າງກາຍ ຫຼື ຍ່າງຍາກ.
– ມີການສູນເສຍສະຕິ, ສະຕິປັນຍາ, ອາລົມ ຫຼື ຄວາມຊົງຈໍາ.
– ມີບັນຫາໃນການປາກເວົ້າ.
– ມີບັນຫາໃນການເບິ່ງບໍ່ເຫັນ.
– ມີການປ່ຽນແປງບຸກຄະລິກກະພາບ.
– ຖ້າວ່າມີອາການໃດໜຶ່ງຕໍ່ໄປນີ້ ຄວນໄປພົບແພດໂດຍດ່ວນເຊັ່ນວ່າ: ຮາກເລື້ອຍໆ ແລະ ບໍ່ສາມາດອະທິບາຍສາຍເຫດຂອງຮາກໄດ້, ຕາມົວ, ນອນຫຼັບຫຼາຍຜິດປົກກະຕິ ແລະ ເຈັບຫົວແບບບໍ່ເຄີຍເປັນມາກ່ອນ.

ມະເຮັງໃນສະໝອງເປັນເນື້ອງອກອັນຕະລາຍທີ່ມີການເຕີບໂຕຂອງເຊວຜິດປົກກະຕິ. ເອີ້ນອີກຢ່າງໜຶ່ງວ່າ ເຊລມະເຮັງ, ອາໄສເລືອດ ແລະ ສານອາຫານຈາກຮ່າງກາຍເພື່ອລໍ່ລ້ຽງ. ອາດຈະເກີດຂື້ນເອງໃນເຊລສະໝອງ ຫຼື ເກີດມາຈາກມະເຮັງທີ່ໄດ້ແຜ່ລາມຈາກອະໄວຍະວະອື່ນເຊັ່ນ: ປອດ, ເຕົ້ານົມ, ໝາກໄຂ່ຫຼັງ, ລຳໃສ້ໃຫຍ່, ຜິວໜັງ ແລະ ອື່ນໆ. ມັນສາມາດແຜ່ລາມ ແລະ ທໍາລາຍເນື້ອເຍື່ອທີ່ມີສຸຂະພາບດີຢູ່ໃນບໍລິເວນອ້ອມຂ້າງ ມີໂອກາດທີ່ຈະກັບຄືນມາໃໝ່ເຖິງແມ່ນວ່າຫຼັງຈາກໄດ້ຜ່ານການປິ່ນປົວແລ້ວ ແລະ ສາມາດເປັນໄພຂົ່ມຂູ່ຕໍ່ຊີວິດ.

ປັດຈຸບັນ, ຍັງບໍ່ທັນສາມາດເວົ້າໄດ້ຢ່າງແນ່ນອນວ່າ ສາຍເຫດຂອງການເກີດມະເຮັງໃນສະໝອງມີຄືແນວໃດ ແຕ່ມີພຽງແຕ່ປັດໃຈທີ່ແຕກຕ່າງກັນສອງສາມຢ່າງທີ່ສາມາດເພີ່ມຄວາມສ່ຽງຕໍ່ການເປັນພະຍາດມະເຮັງໃນສະໝອງເຊັ່ນ:

– ອາຍຸເພີ່ມຂຶ້ນ

– ພຶດຕິກໍາໃນການສູບຢາທີ່ມີມາແຕ່ດົນນານ

– ມີປະຫວັດຂອງສະມາຊິກໃນຄອບຄົວ ເປັນມະເຮັງສະໝອງ

– ມະເຮັງຢູ່ໃນພາກສ່ວນອື່ນຂອງຮ່າງກາຍທີ່ສາມາດແຜ່ລາມໄປສູ່ສະໝອງໄດ້ເຊັ່ນ: ມະເຮັງປອດ, ມະເຮັງເຕົ້ານົມ, ມະເຮັງໝາກໄຂ່ຫຼັງ, ມະເຮັງພົກຍ່ຽວ ລວມທັງມະເຮັງຜິວໜັງ

– ການຕິດເຊື້ອໄວຣັສບາງຊະນິດເຊັ່ນ: ໄວຣັສ HIV

– ການສຳຜັດກັບສານລັງສີ, ສານເຄມີ, ແລະ ຢາປາບສັດຕູພືດທີ່ສາມາດກໍ່ໃຫ້ເກີດມະເຮັງ.

– ເຮັດວຽກກ່ຽວກັບສິ່ງທີ່ສາມາດເຮັດໃຫ້ເກີດມະເຮັງໄດ້ເຊັ່ນ: ພລາສຕິກ, ກົ່ວ, ຢາງ, ນໍ້າມັນ ລວມເຖິງແຜ່ນແພບາງຊະນິດ.

ປັດຈຸບັນ ທາງການແພດຍັງບໍ່ທັນມີຢາທີ່ສາມາດປ້ອງກັນມະເຮັງສະໝອງໄດ້ ແຕ່ສາມາດປະຕິບັດຕາມຄໍາແນະນໍາເພື່ອຫຼຸດຄວາມສ່ຽງຂອງການເປັນມະເຮັງສະໝອງໄດ້ ໂດຍຫຼີກເວັ້ນການສຳຜັດກັບສານທີ່ກໍ່ໃຫ້ເກີດມະເຮັງເຊັ່ນ: ຢາປາບສັດຕູພືດ, ສານເຄມີ, ສານລັງສີ ລວມທັງການຫຼຸດຜ່ອນພຶດຕິກໍາທີ່ມີຄວາມສ່ຽງ ແລະ ຫຼີກເວັ້ນການສູບຢາ ແລະ ອື່ນໆ.