
ມະເຮັງຫົວ ແລະ ຄໍເເມ່ນມະເຮັງທີ່ເກີດຂື້ນໃນບໍລິເວນທາງເດີນຫາຍໃຈສ່ວນເທິງ ແລະ ຮູຄໍ ເຊັ່ນ: ເປັນມະເຮັງຫູ, ຄໍ, ດັງ ແລະ ບາງຊະນິດທີ່ຫາຍາກເຊັ່ນ: ມະເຮັງປາກ, ມະເຮັງຮູຫູ, ມະເຮັງຕ່ອມໄທຣອຍ ແລະ ຕ່ອມນໍ້າລາຍທີ່ຂະຫຍາຍໃຫຍ່ຜິດປົກກະຕິ.
ມັນບໍ່ຍາກທີ່ຈະພິສູດວ່າເປັນມະເຮັງຫຼືບໍ່. ແຕ່ຈະມີມະເຮັງບາງຊະນິດທີ່ອາດກວດພົບໄດ້ຍາກກວ່າ. ຕ້ອງການທັກສະ ແລະອາດຈະຕ້ອງການວິທີການກວດພິເສດບາງຢ່າງ, ເຊັ່ນ: ມະເຮັງດັງ, ມະເຮັງກະເພາະ ມະເຮັງ ລຳໃສ້, ແລະອື່ນໆ.
– ການສູບຢາບໍ່ວ່າຈະເປັນການສູບຢາດ້ວຍຕົວເຈົ້າເອງ ຫຼື ຢູ່ໃກ້ຄົນທີ່ສູບຢາແລ້ວພວກເຮົາສູບຄັວນເຂົ້າໄປ.
– ການດື່ມເຫຼົ້າ
– ໃນເມື່ອກ່ອນ ການຄ້ຽວໝາກ ແລະ ສູບຢາເປັນສາເຫດທີ່ພາໃຫ້ເກີດຂອງມະເຮັງຫົວ ແລະ ຄໍ, ແຕ່ດຽວນີ້ພົບ ໜ້ອຍລົງ ຍ້ອນຄົນຄ້ຽວໝາກໜ້ອຍລົງຫຼາຍ.
– ກຳມະພັນ ອາດຈະມີສ່ວນເຮັດໃຫ້ເປັນມະເຮັງໄດ້.

– ອາການທາງດັງ ແລະ ຜົ້ງດັງເຊັ່ນ: ມີອາການຄັນດັງຕະຫຼອດເວລາ ແລະ ຈະຄັນຂຶ້ນເລື້ອຍໆ ໂດຍສະເພາະຈະເປັນຂ້າງດຽວ, ມີກິ່ນເໝັນຢູ່ໃນດັງ, ມີຂີ້ກະເທີ່ ຫຼື ໄອຂີ້ກະເທີ່ອອກມາມີເລືອດປົນເປັນເວລາຫຼາຍມື້.
– ຫູອື້ຂ້າງດຽວ ໂດຍທີ່ບໍ່ມີອາການຂອງໄຂ້ຫວັດ ຫຼື ພະຍາດ sinus ແຕ່ເຈັບຢູ່ໃນຫູເມື່ອກືນນໍ້າລາຍ
– ສຽງແຫບຂຶ້ນເລື້ອຍໆ ໂດຍບໍ່ມີອາການຂອງການຕິດເຊື້ອທາງເດີນຫາຍໃຈ, ບໍ່ໄດ້ໃຊ້ສຽງດັງ ຫຼື ການຮ້ອງໂຮ, ຫາຍໃຈບໍ່ສະດວກ ອາດຈະປະກອບໄປດ້ວຍການກືນ ແລະ ການຫາຍໃຈບໍ່ອອກ
– ກືນອາຫານແລ້ວເຈັບປວດບໍລິເວນຫູ, ເຈັບຄໍຢ່າງຕໍ່ເນື່ອງໂດຍບໍ່ຮູ້ສາຍເຫດ
– ກ້ອນຢູ່ຄໍ ແລະ ໃຫຍ່ຂຶ້ນເລື້ອຍໆ ໂດຍບໍ່ມີອາການເຈັບ.
– ເຕັກໂນໂລຍີການກວດພະຍາດມະເຮັງຫົວ ແລະ ຄໍ ໂດຍການໃຊ້ສ່ອງທາງເດີນຫາຍໃຈສ່ວນເທິງທີ່ໂຄ້ງຕາມໂຜ້ງດັງໄດ້, ສາມາດຊອກຫາຄວາມຜິດປົກກະຕິຂອງເສັ້ນເລືອດ ແລະ ຊັ້ນເນື້ອເຍື່ອທີ່ສາມາດບົ່ງບອກເຖິງມະເຮັງໃນໄລຍະເລີ່ມຕົ້ນໄດ້.
– ປະຈຸບັນນີ້, ຄົນເຈັບທີ່ເປັນມະເຮັງຫົວ ແລະ ຄໍມັກຈະມາຫາໝໍເມື່ອພະຍາດແຜ່ລາມໄປຫຼາຍແລ້ວ ເຮັດໃຫ້ການປິ່ນປົວຍາກຂຶ້ນ ແລະ ຜົນໄດ້ຮັບຈະບໍ່ດີເທົ່າທີ່ຄວນ. ພຽງແຕ່ 1 ໃນ 3 ຂອງຄົນເຈັບທີ່ໄປຫາໝໍໃນຕອນເລີ່ມຕົ້ນ. ສະນັ້ນ, ການມາກວດຫາເຊື້ອແຕ່ທໍາອິດເມື່ອອາການທີ່ກ່າວມາຂ້າງເທິງ ອັນນີ້ຈະຊ່ວຍປ້ອງກັນການແຜ່ລາມ ແລະ ຮັບປະກັນການປິ່ນປົວທີ່ໄດ້ຮັບຜົນດີ.