
ກອງປະຊຸມວິຊາການປິ່ນປົວພະຍາດມະເຮັງດ້ວຍຢາ TS-ONE ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2018 ທີ່ໂຮງແຮມ Crowne plaza, ນະຄອນຫຼວງວຽງຈັນ.

ເຊິ່ງ TS ONE ເປັນຢາປິ່ນປົວພະຍາດມະເຮັງຮູບແບບໃໝ່ອັນດັບໜຶ່ງຈາກປະເທດຍີ່ປຸ່ນຊະນິດ Capsule ມີ 2 ຄວາມແຮງ ຄື 20mg ແລະ 25mg ສາມາດປິ່ນປົວມະເຮັງໄດ້ຫຼາຍຊະນິດ ເຊັ່ນ: ມະເຮັງກະເພາະອາຫານ, ມະເຮັງລຳໄສ້ແກ່, ມະເຮັງຫົວ ແລະ ຄໍ, ມະເຮັງປອດ ແລະ ມະເຮັງອີກຫຼາຍຊະນິດທີ່ຜ່າຕັດໄດ້ ແລະ ບໍ່ສາມາດຜ່າຕັດໄດ້ ໂດຍໄດ້ມີການເລີ່ມຈຳໜ່າຍຢາພາຍໃນຕົ້ນປີ 2019.

ໃນກອງປະຊຸມວິຊາການດັ່ງກ່າວນີ້, ພວກເຮົາໄດ້ເຊີນບັນດາທ່ານໝໍ ສະເພາະທາງເຂົ້າຮ່ວມຈຳນວນ 60 ທ່ານ ແລະ ມີນັກວິທະຍາກອນພິເສດໂດຍມີແຂກຜູ້ບັນຍາຍໂດຍ
ທ່ານ ດຣ ຫາຣິດ ສຸວັນຣັດສະໝີ ຈາກໂຮງໝໍ ບຳລຸງຣາດ, ປະເທດໄທ. ນອກຈາກນັ້ນຍັງມີການແລກປ່ຽນບົດຮຽນຈາກການປິ່ນປົວພະຍາດຕົວຈິງຈາກ ທ່ານ ດຣ ພູວົງ ວົງພັກດີ ແລະ ທ່ານ ດຣ ເພັດສະໝອນ ອາຣຸນລັງສີ.





Related posts:
No related posts.