ມະເຮັງເຕົ້ານົມ ແມ່ນເກີດມາຈາກຄວາມຜິດປົກະຕິຂອງຈຸລັງໃນທໍ່ນໍ້ານົມ ຫຼື ຕ່ອມເຕົ້ານົມ ຈຸລັງເຫຼົ່ານີ້ຈະຂະຫຍາຍໂຕແບບຜິດປົກກະຕິ, ບໍ່ສາມາດຄວບຄຸມໄດ້ ແລະ ຈະແຜ່ລາມຜ່ານທາງນໍ້າເຫຼືອງຕໍ່ອະໄວຍະວະໃກ້ຄຽງເຊັ່ນ: ຢູ່ກ້ອງຂີ້ແຮ້ ຫຼື ແຜ່ລາມໄປຫາອະໄວຍະວະທີ່ຢູ່ໄກເຊັ່ນ: ກະດູກ ປອດ ຕັບ ແລະ ສະໝອງຄືກັບມະເຮັງຊະນິດອື່ນ.
- ທາງກຳມະພັນ: ທີ່ມີປະຫວັດຄອບຄົວທີ່ເປັນມະເຮັງ ເຕົ້ານົມ, ຖ້າຍາດພີ່ນ້ອງໃກ້ຊິດເຊັ່ນ: ແມ່,ເອື້ອຍ,ນ້ອງທີ່ເປັນມະເຮັງເຕົ້ານົມ ຈະເຮັດໃຫ້ມີຄວາມສ່ຽງເພີ່ມຂື້ນ. ສະນັ້ນ, ກ່ອນອາຍຸ 50 ປີຄວນໄປກວດຫາມະເຮັງເຕົ້ານົມ.
- ອາຍຸ: ເມື່ອອາຍຸຫຼາຍກວ່າ 50 ປີ, ມີຄວາມເປັນໄປໄດ້ທີ່ເພີ່ມຂຶ້ນຂອງຄວາມຜິດປົກກະຕິທາງພັນທຸກຳໃນຈຸລັງ ສາມາດສົ່ງຜົນໃຫ້ເກີດມະເຮັງ.
- ຄົນທີ່ເປັນປະຈຳເດືອນຕັ້ງແຕ່ອາຍຸ ຍັງນ້ອຍຄືຕໍ່າກວ່າ 12 ປີ ຫຼື ການໝົດປະຈຳເດືອນຊ້າ (ອາຍຸຫຼາຍກວ່າ 50 ປີ) ເຮັດໃຫ້ຮ່າງກາຍມີ estrogen ແລະ progesterone ດົນກວ່າແມ່ຍິງປົກກະຕິ.
- ຜູ້ຊາຍອາດຈະເປັນມະເຮັງເຕົ້ານົມແຕ່ນ້ອຍກວ່າແມ່ຍິງ 100 ເທົ່າ.
- ຜູ້ທີ່ມີເນື້ອນົມໃຫຍ່ ຈະເພີ່ມຄວາມສ່ຽງ ແລະ ມັນເຮັດໃຫ້ທ່ານໝໍຊອກຫາຄວາມຜິດປົກກະຕິໄດ້ຍາກຂຶ້ນ ບໍ່ວ່າຈະເປັນການກວດເຕົ້ານົມ ຫຼື ການໃຊ້ເຄື່ອງມືວິເຄາະ.
- ເຊື້ອຊາດ ແມ່ຍິງຊາວຕາເວັນຕົກມີຄວາມສ່ຽງສູງກວ່າແມ່ຍິງເອເຊຍ.
- ປະຫວັດການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ເພີ່ມຄວາມສ່ຽງເປັນມະເຮັງເຕົ້ານົມ ຜູ້ຍິງທີ່ດື່ມຫຼາຍກ່ວາ 2-5 ແກ້ວຕໍ່ມື້ ມີຄວາມສ່ຽງສູງກວ່າແມ່ຍິງຜູ້ທີ່ບໍ່ໄດ້ດື່ມ 1.5 ເທົ່າ.
- ພະຍາດຕຸ້ຍ ນອກຈາກຈະເພີ່ມຄວາມສ່ຽງເປັນພະຍາດຫົວໃຈ ແລະ ພະຍາດເບົາຫວານແລ້ວ ມັນຍັງເພີ່ມຄວາມສ່ຽງຂອງການເກີດມະເຮັງເຕົ້ານົມ.
- ການທີ່ບໍ່ໃຫ້ລູກດູດນົມແມ່ກໍ່ມີຄວາມສ່ຽງ ເພາະວ່າໃນໄລຍະເວລາໃຫ້ນົມລູກ ປະຈຳເດືອນແມ່ຈະບໍ່ມາເຮັດໃຫ້ມີການປ່ຽນແປງລະດັບຮໍໂມນ ແລະ ສາມາດປ້ອງກັນມະເຮັງເຕົ້ານົມໄດ້.
- ຮູ້ສຶກມີກ້ອນແຂງຢູ່ໃນເຕົ້ານົມ.
- ການປ່ຽນແປງລັກສະນະຂອງຜິວໜັງເຕົ້ານົມ, ມີກ້ອນເນື້ອ ຫຼື ເປັນບາດແຜປົວບໍ່ເຊົາ, ຜິວໜັງແຂງ ຫຼື ມີການປ່ຽນສີ.
- ລັກສະນະຂອງຜິວໜັງເຕົ້ານົມມີຮູຂຸມຂົນສາມາດເຫັນໄດ້ຊັດເຈນ, ເຊິ່ງເກີດຈາກການມີຈຸລັງມະເຮັງຢູ່ໃຕ້ຜິວໜັງຢູ່ໃນບໍລິເວນນໍ້າເຫຼືອງ.
- ມີຮອຍບຸບເລັກນ້ອຍຢູ່ບໍລິເວນເຕົ້ານົມ.
- ຫົວນົມບວມ.
- ເລືອດອອກຈາກຫົວນົມ.
- ມີຄວາມຜິດປົກະຕິຢູ່ເຕົ້ານົມຂ້າງດຽວ.
- ໄລຍະເວລາທີ່ເໝາະສົມໃນການກວດ: ຄວນກວດຫຼັງຈາກໝົດປະຈຳເດືອນໃນແຕ່ລະເດືອນ ຍ້ອນເຕົ້ານົມຈະເຊົາຕຶງ ສາມາດຄໍາເຕົ້ານົມໄດ້ງ່າຍ.
- ແຍງແວ່ນເບິ່ງດ້ວຍຕົນເອງ: ເພື່ອເບິ່ງວ່າເຕົ້ານົມສອງຂ້າງເທົ່າກັນ ຫຼື ບໍ່, ເຕົ້ານົມມີຮອຍບວມ ຫຼື ມີບັນຫາ ຫຍັງປົກກະຕິບໍ່.
- ການນວດ ຂັ້ນຕອນນີ້ແມ່ນເຮັດດ້ວຍຕົນເອງໂດຍການເອົາແຂນດ້ານທີ່ຈະກວດຮອງໄວ້ໃຕ້ຫົວ ແລະ ເອົາຜ້າແພມາຮອງບ່າເພື່ອໃຫ້ກວດໄດ້ງ່າຍຂຶ້ນຈາກນັ້ນໃຫ້ຄໍານົມໃຫ້ທົ່ວໆໂດຍອາດຈະຄໍາວົນເປັນແບບກົ້ນຫອຍ ຫຼື ຄໍາເປັນສ່ວນໆຂອງເຕົ້ານົມກໍ່ໄດ້ ໂດຍຫຼັກແມ່ນຕ້ອງຄໍາໃຫ້ທົ່ວເຕົ້ານົມ ຖ້າຄໍາແລ້ວພົບກ້ອນທີ່ຜິດປົກກະຕິໃຫ້ໄປພົບແພດເພື່ອກວດຄືນ.
- ສຸດທ້າຍໃຫ້ບີບຫົວນົມເບິ່ງວ່າມີ ເລືອດໄຫຼອອກມາ ຫຼື ບໍ່ ຖ້າມີໃຫ້ໄປພົບແພດເພື່ອກວດຕື່ມ.