ການປິ່ນປົວດ້ວຍຢາຕ້ານມະເຮັງ ແລະ ການສູນເສຍຜົມ(ຜົມຫຼົ່ນ)

ຄໍາແນະນຳ

ການສູນເສຍຜົມຍ້ອນການປິ່ນປົວດ້ວຍຢາຕ້ານມະເຮັງ ແມ່ນເປັນຜົນຂ້າງຄຽງທີ່ເຈັບປວດຫຼາຍທີ່ເຫັນໄດ້ຊັດເຈນ. ຢ່າງໃດກໍຕາມ, “ມັນບໍ່ເປັນອັນຕະລາຍເຖິງຊີວິດ” ແຕ່ພວກເຂົາບໍ່ເຂົ້າໃຈ ແລະ ຍາກທີີ່ຈະເຂົ້າໃຈ ເພາະມັນເປັນສິ່ງທີ່ເຮັດໃຫ້ເຈັບປວດທາງໃຈໄດ້.

ການປິ່ນປົວທາງເຄມີບຳບັດແມ່ນຈະໄດ້ຮັບການປິ່ນປົວຊ້ໍາຫຼາຍຄັ້ງ, ສະນັ້ນ ການສູນເສຍຜົມ ຈະເກີດຂຶ້ນເລື້ອຍໆ ໃນຊ່ວງໄລຍະເວລາຂອງການປິ່ນປົວ. ຄົນເຈັບບາງຄົນກັງວົນວ່າການສູນເສຍຜົມອາດຈະປ່ຽນແປງຕົວເອງໄດ້. ນອກຈາກແມ່ຍິງແລ້ວ, ຍັງມີຜູ້ຊາຍອີກຫຼາຍຄົນທີ່ເກີດມີຜົມຫູົ່ນ. ຖ້າຢາກເອົາຊະນະໄລຍະເວລາຂອງການປິ່ນປົວທີ່ຍາກລໍາບາກນີ້ໃຫ້ຜ່ານໄປໄດ້ , ທ່ານຕ້ອງປ່ຽນຄວາມຄິດແລະໃຊ້ຊີວິດດ້ວຍຄວາມຮູ້ສຶກທີ່ວ່າ “ເສັ້ນຜົມມັນຈະປົ່ງອີກພາຍຫູັງທີ່ການປິ່ນປົວທັງໝົດໄດ້ສໍາເລັດແລ້ວ”.

ທ່ານຢ່າກັງວົນຄົນດຽວ, ຢາກໃຫ້ຮັບຟັງແລະສົນທະນາກັບແພດຜູ້ຊ່ຽວຊານດ້ານສຸຂະພາບທີ່ມີປະສົບການ ຫຼື ແພດໝໍທີ່ປິ່ນປົວຢູ່ສູນມະເຮັງລາວພວກເຮົາໄດ້.

ເນື້ອໃນນີ້ໄດ້ສະລຸບຜົນກະທົບຕໍ່ຂົນຕາມຮ່າງກາຍໂດຍການປິ່ນປົວດ້ວຍຢາຕ້ານມະເຮັງ (ຜົມ ຄິ້ວ ຂົນຕາ ຂົນອະໄວຍະວະເພດ ແລະ ອື່ນໆ) ແລະ ເຄັດລັບໃນການຈັດການກັບມັນ. ຂ້າພະເຈົ້າຂໍຂອບໃຈຫຼາຍໆ ຖ້າພວກທ່ານສາມາດຈິນຕະນາການໄດ້ວ່າ ພວກທ່ານຄວນວາງໂຕແນວໃດ, ເພື່ອປັອງກັນຮ່າງການຂອງຕົນເອງແລະເອົາຊະນະຊ່ວງເວລາການປິ່ນປົວທີ່ຍາກລຳບາກນີ້ໄປໄດ້.

ມາຮັບຮູ້ກ່ຽວກັບການສູນເສຍຜົມ(ຜົມຫຼົ່ນ)

ການສູນເສຍຜົມ (ຜົມຫຼົ່ນໄປຈົນໝົດ)

ລະດັບຂອງການສູນເສຍຜົມຍ້ອນການປິ່ນປົວດ້ວຍຢາຕ້ານມະເຮັງແຕກຕ່າງກັນໄປຕາມປະ ເພດ ແລະ ປະລິມານຂອງຢາຕ້ານມະເຮັງທີ່ໃຊ້, ການປະສົມປະສານຂອງຢາ, ແລະ ສະພາບຂອງຮ່າງກາຍຂອງຄົນເຈັບທີ່ແຕກຕ່າງກັນ. ນອກຈາກນັ້ນ, ເຖິງແມ່ນວ່າມັນເປັນເລື່ອງງ່າຍທີ່ຈະຈິນຕະນາການພຽງແຕ່ຄໍາວ່າ ການສູນເສຍຜົມ, ມັນອາດຈະສົ່ງຜົນກະທົບຕໍ່ຂົນຂອງຮ່າງກາຍທັງຫມົດເຊັ່ນ: ຄິ້ວ ຂົນຕາ ຂົນອະໄວຍະວະເພດ ແລະ ອື່ນໆ.. ຂຶ້ນກັບປະເພດແລະປະລິມານຂອງຢາຕ້ານມະເຮັງທີ່ໃຊ້. ແຕ່ຫນ້າເສຍດາຍ,ທີ່ໃນປະຈຸບັນນີ້ຍັງ ບໍ່ມີວິທີທີ່ມີປະສິດທິພາບເພື່ອປ້ອງກັນບໍ່ໃຫ້ຜົມຫຼົ່ນ ຍ້ອນຢາຕ້ານມະເຮັງໄດ້ເທື່ອ. ຢ່າງໃດກໍ່ຕາມ, ຜົນຂ້າງຄຽງຂອງຢາຕ້ານມະເຮັງແມ່ນຊົ່ວຄາວ, ດັ່ງນັ້ນ ອາການດັ່ງກ່າວຈະເກີດຂື້ນອີກປະມານ 6 ເດືອນພາຍຫຼັງການປິ່ນປົວ (ບາງຄົນອາດເກີດຂື້ນໄວ ພາຍໃນ 2-4 ເດືອນ).

ການກວດສອບລະດັບທີ່ຄາດວ່າເສັ້ນຜົມຈະມີການຫຼົ່ນກ່ອນການປິ່ນປົວ ແລະ ການກະກຽມ

ຕົວທ່ານເອງສາມາດຊ່ວຍບັນເທົາຄວາມວິຕົກກັງວົນໄດ້.

ເວລາການປິ່ນປົວ ແລະ ການສູນເສຍຜົມ(ຜົມຫຼົ່ນ)

ໂດຍທົ່ວໄປ, ຜົມເລີ່ມຫຼົ່ນລົງປະມານ 2-3 ອາທິດຫຼັງຈາກກິນຢາຕ້ານມະເຮັງ. ຫຼັງຈາກນັ້ນ 3 ຫາ 6 ເດືອນ ( ບາງຄົນ ແມ່ນ 2 ຫາ 4 ເດືອນ) ຫຼັງຈາກການປິ່ນປົວສໍາເລັດ, ຜົມກໍ່ຈະເລີ່ມເກີດຂື້ນໃໝ່ (ການເກີດໃໝ່ຂອງເສັ້ນຜົມ ຈະເລີ່ມຈາກຜົມອ່ອນໆກ່ອນ), ແລະຟື້ນຕົວກັບມາເປັນຜົມປົກກະຕິໄດ້ປະມານ 8 ເດືອນ ຫາ 1 ປີ. ລະດັບຂອງການສູນເສຍຜົມແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ. ນອກຈາກນັ້ນ, ບາງຄົນມີການປ່ຽນແປງສີຜົມຂອງເຂົາເຈົ້າ, ຄຸນນະພາບຜົມ, ແລະຄວາມຫນາຂອງຜົມ. ມັນອາດຈະຕ້ອງໃຊ້ເວລາໄລຍະໃດໜຶ່ງເພື່ອໃຫ້ເສັ້ນຜົມມີການຟື້ນຕົວ.

ເນື້ອ​ໃນ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ອີງ​ໃສ່​ປຶ້ມ”ການ​ປິ່ນ​ປົວດ້ວຍ​ຢາ​ຕ້ານ​ມະ​ເຮັງ​ແລະ​ການ​ສູນ​ເສຍເສັ້ນ​ຜົມ (ເດືອນ​ມິ​ຖຸ​ນາ ປີ 2020, ສະ​ບັບ​ທີ 7, ພິມ​ຄັ້ງ​ທີ 3)”

ຈັດ​ພິມ​ໂດຍ Shizuoka Cancer Center

Leave a Comment

Your email address will not be published. Required fields are marked *