ພາບລວມຂອງການປິ່ນປົວດ້ວຍຢາມະເຮັງ

ກ່ຽວກັບຢາປິ່ນປົວມະເຮັງ

ນອກຈາກການປິ່ນປົວດ້ວຍຢາທີ່ມີລິດຕ້ານເຊວມະເຮັງແລ້ວ, ການປິ່ນປົວດ້ວຍຢາອື່ນໆກໍ່ຄວນມີການນຳໃຊ້ເພື່ອບັນເທົາອາການເຊັ່ນ: ອາການເຈັບປວດ, ປວດຮາກ (ເຊິ່ງເອີ້ນວ່າການປິ່ນປົວແບບປະຄັບປະຄອງ), ແຕ່ວ່າຢູ່ໃນຫົວຂໍ້ນີ້ ຂ້າພະເຈົ້າຂໍອະທິບາຍກ່ຽວກັບ”ຢາປິ່ນປົວພະຍາດ” ທີ່ໃຊ້ສຳລັບອອກລິດຂ້າເຊວມະເຮັງ

ການປິ່ນປົວດ້ວຍຢາຕ້ານມະເຮັງແມ່ນຫຍັງ?(ພາບລວມ)

ວິທີການປິ່ນປົວພະຍາດມະເຮັງດ້ວຍຢາເອີ້ນວ່າ “ການປິ່ນປົວດ້ວຍຢາມະເຮັງ”. ກ່ອນອື່ນໝົດ, ເຮົາມາເບິ່ງພາບຂອງການປິ່ນປົວນຳກັນກ່ອນວ່າເປັນແບບໃດແດ່.

ການປິ່ນປົວດ້ວຍຢາແມ່ນການປິ່ນປົວທີ່ເປັນລະບົບ

ການປິ່ນປົວດ້ວຍຢາມີ ສອງປະເພດຫຼັກຄື: ການປິ່ນປົວດ້ວຍຢາກິນ ແລະ ການປິ່ນປົວດ້ວຍຢາສັກ
Both methods are carried throughout the body via the blood, so drug therapy is systemic therapy.
ທັງສອງວິທີນີ້ຈະມີການກະຈາຍຢາໄປທົ່ວຮ່າງກາຍຜ່ານທາງເລືອດ ດັ່ງນັ້ນການປິ່ນປົວດ້ວຍຢາຈຶ່ງເປັນການປິ່ນປົວທີ່ເປັນລະບົບ.
ເຊິ່ງການປິ່ນປົວອາດຈະສົມທົບກັບການຜ່າຕັດ ຫຼື ການສາຍແສງລັງສີ.

ມັນເປັນສິ່ງສຳຄັນທີ່ຈະສືບຕໍ່ການປິ່ນປົວຢ່າງປອດໄພມ່ນການປິ່ນປົວທີ່ເປັນລະບົບ

ຜົນກະທົບແລະຜົນຂ້າງຄຽງນັ້ນມີຄວາມແຕກຕ່າງກັນ ຂື້ນກັບແຕ່ລະບຸກຄົນ, ແຕ່ໃນການປິ່ນປົວດ້ວຍຢາ, ການຄວບຄຸມຜົນຂ້າງຄຽງໃຫ້ໄດ້ດີ,ບໍ່ເປັນອັນຕະລາຍຕໍ່ຊີວິດແລະເພື່ອໃຫ້ຄົນເຈັບໄດ້ສືບຕໍ່ການປິ່ນປົວຢ່າງປອດໄພນັ້ນແມ່ນສຳຄັນທີ່ສຸດ. ຖ້າທ່ານມີຂໍ້ກັງວົນໃດໆ, ຢ່າໄດ້ລັງເລໃຈ ໃຫ້ຟ້າວປຶກສາແພດຊ່ຽວຊານທີ່ປິ່ນປົວພວກທ່ານດ່ວນ.

ຈຸດປະສົງຂອງການປິ່ນປົວມະເຮັງດ້ວຍຢາ

ການປິ່ນປົວດ້ວຍຢາ ມີ ຈຸດປະສົງ 3 ຢ່າງ, ຂື້ນກັບສະພາບທາງການແພດຂອງຄົນເຈັບ. ເພື່ອໃຫ້ໄດ້ຮັບການປິ່ນປົວ, ທ່ານຈຳເປັນຕ້ອງເຂົ້າໃຈຈຸດປະສົງ ວ່າທ່ານເຂົ້າຮັບການປິ່ນປົວເພື່ອຈຸດປະສົງໃດ.

ຈຸດປະສົງຂອງການປິ່ນປົວ

ສາມາດຄາດຫວັງການປິ່ນປົວບາດແຜມະເຮັງ: ຢາປິ່ນປົວມະເຮັງ ແມ່ນຂື້ນຢູ່ກັບຊະນິດຂອງມະເຮັງ, ການປິ່ນປົວສາມາດຄາດຫວັງໄດ້ດ້ວຍການປິ່ນປົວໂດຍຢາມະເຮັງ. ໃນກໍລະນີນີ້, ການປິ່ນປົວດ້ວຍຢາແມ່ນເປັນທາງເລືອກ.
ການປະຕິບັດກ່ອນແລະຫຼັງ: ການຜ່າຕັດ, ພາຍຫຼັງທີ່ມີການຜ່າຕັດເອົາກ້ອນມະເຮັງອອກໄປແລ້ວ, ແຕ່ສົມມຸດວ່າມະເຮັງທີ່ເບິ່ງບໍ່ເຫັນທີ່ເຊື່ອງຢູ່ໃນຮ່າງກາຍ, ກ້ອນມະເຮັງຖືກຜ່າຕັດອອກຈາກຮ່າງກາຍໝົດແລ້ວ. ຫຼືການຜ່າຕັດເຮັດຂື້ນເພື່ອຈຸດປະສົງລຸດຂະໜາດຂອງກ້ອນມະເຮັງ ເພື່ອໃຫ້ສາມາດຜ່າຕັດເອົາອອກໄດ້. ທັງສອງກໍລະນີນີ້ເປັນການຜ່າຕັດແບບເສີມພາຍຫູັງການຜ່າຕັດ, ເຊິ່ງເອີ້ນວ່າ “adjuvant chemotherapy” ແລະໄລຍະເວລາການໃຫ້ຢາແມ່ນຄົງທີ່.
ເມື່ອໃດຄວນໃຊ້ການປິ່ນປົວແບບສົມທົບກັນ: ການປິ່ນປົວດ້ວຍແສງລັງສີຂື້ນຢູ່ກັບຊະນິດຂອງມະເຮັງ, ອາດໃຊ້ການປິ່ນປົວຮ່ວມກັນການສາຍລັງສີໄດ້ເອີ້ນວ່າ: “chemoradiation therapy” ແລະບາງຄັ້ງມີການແນະນຳໃຫ້ໃຊ້ເປັນການປິ່ນປົວມາດຕະຖານເລີຍ. ເຊິ່ງມີໄລຍະເວລາການໃຫ້ຢາຄົງທີ່.

ຜົນກະທົບຕໍ່ການມີຊີວິດ

ສຳລັບມະເຮັງທີ່ປິ່ນປົວຍາກເຊັ່ນ, ມະເຮັງທີ່ມີການແຜ່ລາມແລະບໍ່ສາມາດຜ່າຕັດໄດ້ ຫຼື ມະເຮັງທີ່ເປັນກັບຄືນ, ເພື່ອຊະລໍການແຜ່ລາມຂອງມະເຮັງ ຫຼືເຮັດໃຫ້ກ້ອນມະເຮັງຍຸບລົງ ດີກ່ວາການທີ່ບໍ່ໄດ້ຮັບການປິ່ນປົວເລີຍ. ຈຸດປະສົງເພື່ອຢືດອາຍຸຂອງຄົນເຈັບໃຫ້ຢູ່ໄດ້ດົນຂື້ນ. ການໃຫ້ຢາຄວນດຳເນີນຕໍ່ໄປເຖິງແມ່ນວ່າຈະມີຜົນກະທົບຫຼື ຜົນຂ້າງຄຽງຂອງຢາເກີດຂື້ນແລະຄົນເຈັບຍອມຮັບກັບຜົນຂ້າງຄຽງດັ່ງກ່າວໄດ້.

ຊະນິດ ແລະ ລັກສະນະຂອງຢາ

ຢາຕ້ານມະເຮັງມີຫຼາຍຊະນິດ. ຂ້າພະເຈົ້າຂໍອະທິບາຍຢາຫຼັກ.
ຢາປົວມະເຮັງແບບອອກລິດໃສ່ແກນຂອງເຊວມະເຮັງ (ແມ່ນຢາປົວມະເຮັງແບບທຳມະດາ)
ເປັນຢາປົວມະເຮັງທີ່ຖືກນຳໃຊ້ແບບທົ່ວໄປ, ເປັນຢາປົວມະເຮັງຊະນິດໜຶ່ງທີ່ເຮັດໜ້າທີ່ກ່ຽວກັບການແບ່ງຕົວ ແລະ ການເພີ່ມຈຳນວນຂອງເຊລ, ແລະທຳລາຍເຊລມະເຮັງທີ່ກຳລັງເພີ່ມຈຳນວນຢູ່.

ຢາປົວມະເຮັງແບບ Molecular – targeted drug

ເປັນຢາປົວມະເຮັງຊະນິດໜຶ່ງທີ່ອອກລິດໂຈະຈົງໃສ່ເປົ້າໝາຍທີ່ມີຢູ່ໃນເຊລມະເຮັງ. ມີປະສິດທິພາບສູງ.
ເປົ້າໝາຍພິເສດຢູ່ໃນເຊລມະເຮັງສາມາດທົດສອບໄດ້ໂດຍການທົດສອບທາງພະຍາດວິທະຍາ(immunostaining) ຫຼື ການທົດສອບທາງພັນທຸກຳ.
ຢາປິ່ນປົວມະເຮັງທີ່ກ່ຽວກັບລະບົບພູມຄຸ້ມກັນ(ຢັບຢັ້ງການເຮັດວຽກຂອງ Immune Checkpoint)
ປົກກະຕິແລ້ວຢາທົ່ວໄປຈະອອກລິດໂດຍກົງຕໍ່ເຊລມະເຮັງ, ແຕ່ຢານີ້ມັນຈະຊ່ວຍໃຫ້ເຊລພູມຄຸ້ມກັນພະຍາຍາມກໍາຈັດເຊລມະເຮັງອອກໄປຈາກຮ່າງກາຍ.

ການປິ່ນປົວດ້ວຍຮໍໂມນ (ການປິ່ນປົວດ້ວຍຕ່ອມຂັບຍ່ອຍໃນ)

ໃຊ້ສຳລັບປິ່ນປົວມະເຮັງເຕົ້ານົມ,ມະເຮັງຕ່ອມລູກໝາກ,ມະເຮັງເຍື່ອເມືອກໃນມົດລູກ) ທີ່ມີການຂະຫຍາຍຕົວພາຍໃຕ້ການເຮັດວຽກຂອງຮໍໂມນຢູ່ໃນຮ່າງກາຍ. ຖ້າທ່ານບໍ່ມີຄວາມຮູ້ສຶກໄວຕໍ່ກັບຮໍໂມນ, ການປິ່ນປົວຈະບໍ່ໄດ້ຮັບຜົນ, ເພາະສະນັ້ນຄວນມີການກວດສອບການຮູ້ສຶກໄວຕໍ່ຮໍໂມນກ່ອນການນຳໃຊ້.

ການຕັດສິນປະສິດທິພາບຂອງຢາມະເຮັງ

ປະສິດທິພາບຂອງການປິ່ນປົວດ້ວຍຢາມະເຮັງ ແມ່ນຈະຕັດສິນຢ່າງຮອບຄອບ ໂດຍການພິຈາລະນາຕາມຈຸດປະສົງຂອງການປິ່ນປົວເຊັ່ນ: ມີການຢັບຢັ້ງການຂະຫຍາຍຕົວຂອງເຊລມະເຮັງ(ລຸດລົງ) ຫຼື ອາການເຈັບປວດບົນເທົາລົງ. ການຢັບຢັ້ງ (ຫຼືການຢຸບລົງ) ຂອງກ້ອນມະເຮັງສາມາດຊ່ວຍຢືດອາຍຸ ແລະສາມາດປິ່ນປົວບາດແຜ, ແລະການບັນເທົາອາການເພື່ອຮັກສາຄຸນນະພາບຊີວິດໃຫ້ດີຂື້ນ.
ເພື່ອກວດຕິດຕາມເບິ່ງຜົນຂ້າງຄຽງຂອງຢາ,​ຄວນມີການກວດຖ່າຍຮູບພາບບັງສີເຊັ່ນ X-ray, CT, MRI, ultrasonography(ເອໂກ) ແລະການກວດເລືອດເບິ່ງ tumor markers. ເນື່ອງຈາກຜົນຂອງການປິ່ນປົວຈະບໍ່ສະແດງງອອກທັນທີພາຍຫຼັງເລີ່ມການປິ່ນປົວ, ເພາະສະນັ້ນຄວນມີການກວດເລົ່ານີ້ພາຍໃນ 2 ເດືອນ ພາຍຫຼັງທີ່ມີການປິ່ນປົວ.
ນອກຈາກນັ້ນ,ໃນການປິ່ນປົວດ້ວຍຢາຕ້ານມະເຮັງ ສິ່ງສຳຄັນທີ່ສຸດ “ຄວນມີການເຮັດໃຫ້ຢາອອກລິດຢ່າງມີປະສິດທິພາບໄດ້ສູງສຸດ ແລະ ລຸດຜົນຂ້າງຄຽງລົງໃຫ້ໄດ້ໜ້ອຍທີ່ສຸດ”. ດັ່ງນັ້ນ, ນອກເໜືອຈາກການລຸດຜ່ອນຜົນກະທົບຂອງຢາລົງ ແລະ ລຸດຜ່ອນອາການລົງແລ້ວ, ຄວນມີການປະເມີນຜົນຂ້າງຄຽງທີ່ເກີດຂື້ນເພື່ອຕັດສິນໃຈວ່າຈະສືບຕໍ່ການປິ່ນປົວໄດ້ຫຼືບໍ.
Tumor markers ແມ່ນສານຕ່າງໆທີ່ຖືກປ່ອຍອອກມາຈາກເຊລມະເຮັງເຂົ້າສູ່ກະແສເລືອດ.
ຖ້າມີການກຳໜົດຄ່າ tumor marker ຂອງມະເຮັງແຕ່ລະຊະນິດໄວ້ ແລະມີຄ່າສູງກ່ອນການປິ່ນປົວ, ມັນຈະມີປະໂຫຍດຫຼາຍໃນການພິຈາລະນາຜົນຂອງການປິ່ນປົວ.
Also refer to this ຕ້ອງອ້າງອີງເຖິງສິ່ງເລົ່ານີ້
ກ່ຽວກັບປະຕິກິລິຍາຂອງຢາ
ຢູ່ໃນລະຫວ່າງການປິ່ນປົວດ້ວຍຢາຕ້ານມະເຮັງ, ທ່ານຕ້ອງໄດ້ມີຄວາມລະມັດລະວັງໃນການໃຊ້ຢາຕ້ານມະເຮັງຮ່ວມກັບຢາຕົວອື່ນ, ເນື່ອງຈາກອາດມີຜົນກະທົບຕໍ່ປະສິດທິພາບຂອງຢາ ແລະຜົນຂ້າງຄຽງທີ່ອາດຈະເກີດຂື້ນໄດ້.
ຂະນະທີ່ທ່ານກຳລັງປິ່ນປົວດ້ວຍຢາຕ້ານມະເຮັງຢູ່. ຄວນມີການກວດເບິ່ງວ່າເຮົາກຳລັງໃຊ້ຢາຫຍັງຢູ່ແດ່, ຖ້າທ່ານມີອາການອື່ນໆເກີດຂື້ນແລະຈະໄດ້ຮັບການປິ່ນປົວດ້ວຍຢາອື່ນ ຄວນໄດ້ມີການແຈ້ງໃຫ້ແພດໝໍຮັບຮູ້ທຸກຄັ້ງເຖິງຢາຕ້ານມະເຮັງທີ່ກຳລັງນຳໃຊ້ຢູ່.
ທ່ານຄວນມີຄວາມລະມັດລະວັງກ່ຽວກັບອາຫານແລະເຄື່ອງດຶ່ມໃນຊ່ວງທີ່ທ່ານກຳລັງປິ່ນປົວດ້ວຍຢາຕ້ານມະເຮັງຢູ່. ຖ້າຫາກທ່ານມີຂໍ້ຂ້ອງໃຈກະລຸນາສອບຖາມແພດໝໍທີ່ກຳລັງປິ່ນປົວທ່ານຢູ່.
ຄວນມີການລະມັດລະວັງກ່ຽວກັບອາຫານເສີມທຸກປະເພດ,ແລະປຶກສາແພດໝໍກ່ອນມີການນຳໃຊ້ທຸກຄັ້ງ.

Leave a Comment

Your email address will not be published. Required fields are marked *