ງານການເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດມະເຮັງ

ງານເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດມະເຮັງ ແມ່ນຈັດຂຶ້ນ ທີ່ສູນສາຍແສງ-ໂຮງໝໍມິດຕະພາບ ໃນວັນທີ 21 ພະຈິກ 2020 ທີ່ຜ່ານມາ. ພາຍໃນງານມີ ປະຊາຊົນຫຼາຍກວ່າ 300 ຄົນໄດ້ລົງທະບຽນເພື່ອເຂົ້າຮ່ວມຮຽນຮູ້ ແລະ ຮັບຟັງກ່ຽວກັບພະຍາດມະເຮັງ, ການປ້ອງກັນ ແລະ ການປິ່ນປົວຈາກແພດຜູ້ຊ່ຽວຊານ. 

ບໍລິສັດ Ai Ken Pharma ແລະ ບໍລິສັດ Taiho Pharma (ບໍລິສັດຜະລິດຢາປົວພະຍາດມະເຮັງອັນດັບ 1 ຂອງຍີ່ປຸ່ນ) ໄດ້ຮ່ວມມືກັບສູນມະເຮັງລາວ ເພື່ອຈັດງານດັ່ງກ່າວ. ຍ້ອນປັດຈຸບັນ ຈຳນວນຜູ້ປ່ວຍພະຍາດມະເຮັງ ກຳລັງເພີ່ມຂື້ນຫຼາຍໃນປະເທດຂອງພວກເຮົາ, ໂດຍສະເພາະແມ່ນມະເຮັງລຳໄສ້, ມະເຮັງກະເພາະ, ມະເຮັງເຕົ້ານົມ ແລະ ມະເຮັງປາກມົດລູກ.

ເຖິງຢ່າງໃດກໍ່ຕາມ, ຖ້າຄົນເຈັບໄດ້ມີການຮັບຮູ້ ແລະ ຮັບການປິ່ນປົວທີ່ຖືກຕ້ອງໃນໄລຍະເລີ່ມຕົ້ນ ຈະສາມາດປິ່ນປົວພະຍາດໄດ້ຢ່າງປອດໄພ. ນອກຈາກນັ້ນ, ພາຍໃນງານຍັງມີການສ້າງຄວາມມ່ວນຊື່ນດ້ວຍສຽງເພງ, ບົດຟ້ອນຈາກໂຮງຮຽນສິນລະປະດົນຕີລາວ ເພື່ອຄວາມມ່ວນຊື່ນໃນການຮັບຟັງການບັນຍາຍກ່ຽວກັບພະຍາດມະເຮັງ. 

ນີ້ແມ່ນຄັ້ງທຳອິດໃນລາວ ທີ່ໄດ້ຈັດງານເພື່ອຕ້ອນຮັບຄົນເປັນຈຳນວນຫຼວງຫຼາຍ ເພື່ອການເຜີຍແຜ່ກ່ຽວກັບພະຍາດມະເຮັງແລະ ເຫັນວ່າມີປະຊາຊົນຫຼາຍທ່ານໄດ້ເຂົ້າຮ່ວມ, ໃຫ້ຄວາມສົນໃຈໃນງານຄັ້ງນີ້ ແລະ ພ້ອມທັງໃຫ້ຄໍາເຫັນຢາກໃຫ້ຈັດງານແບບນີ້ອີກ. ສຸດທ້າຍນີ້, ບໍລິສັດອ້າຍເຄນ ການຢາພວກເຮົາຂອບໃຈທຸກຄົນທີ່ເຂົ້າຮ່ວມ, ທີມງານຈາກສູນມະເຮັງ ແລະ ບໍລິສັດ Taiho Pharma Japan ຢ່າງຫຼວງຫຼາຍ.

T89_0102
T89_9244
T89_9619
T89_9858
T89_9860
previous arrow
next arrow