ມ້າມເປັນມະເຮັງທີ່ບໍ່ຄ່ອຍພົບຫຼາຍໃນຄົນເຈັບທີ່ເປັນມະເຮັງ ເນື່ອງຈາກວ່າມ້າມເປັນອະໄວຍະວະທີ່ຢູ່ຫຼັງເຍື່ອຫຸ້ມຊ່ອງທ້ອງ ເຊິ່ງການບົ່ງມະຕິພະຍາດຂ້ອນຂ້າງຍາກ ແລະ ອາການຈະປະກົດຂຶ້ນເມື່ອຕອນທີ່ມະເຮັງມີການແຜ່ລາມຫຼາຍແລ້ວ.

ສາເຫດຂອງມະເຮັງຊະນິດນີ້ແມ່ນຍັງບໍ່ທັນຮູ້ຢ່າງຊັດເຈນເທື່ອ ແຕ່ເນື້ອງອກໃນມ້າມບາງອັນ ອາດສາມາດກາຍເປັນມະເຮັງໄດ້, ການສູບຢາ ແລະ ຄົນທີ່ເປັນພະຍາດເບົາຫວານ.
ຈະມີອາການຂຶ້ນກັບສະຖານທີ່ຂອງການກວດພົບມະເຮັງມ້າມຢູ່ຈຸດໃດ ເຊິ່ງຈະພົບຫຼາຍຢູ່ທີ່ສ່ວນຫົວຂອງມ້າມ ເຊິ່ງຄົນເຈັບຈະມີອາການໂຕເຫຼືອງ, ຕາເຫຼືອງຈາກການອຸດຕັນຂອງທໍ່ນໍ້າບີ, ນອກຈາກນັ້ນ, ຄົນເຈັບອາດຈະຮູ້ສຶກວ່າມີກ້ອນຢູ່ໃນກະເພາະອາຫານ, ຕັບໃຫຍ່, ຖົງນໍ້າບີໃຫຍ່, ເບື່ອອາຫານ, ນໍ້າໜັກຫຼຸດລົງ, ອາການເຈັບທ້ອງ ແລະ ປວດຫຼັງ ຫຼື ມີອາການທີ່ເກີດຈາກມະເຮັງແຜ່ລາມໄປບ່ອນອື່ນເຊັ່ນ: ຕ່ອມນໍ້າເຫຼືອງອັກເສບ.

ການປິ່ນປົວດ້ວຍການຜ່າຕັດແມ່ນວິທີທີ່ດີທີ່ສຸດ ການຜ່າຕັດມະເຮັງອອກພ້ອມກັບອະໄວຍະວະໃກ້ຄຽງເພື່ອຫວັງຜົນໃຫ້ເຊົາຂາດໄດ້, ກໍລະນີທີ່ບໍ່ສາມາດຜ່າຕັດອອກໄດ້. ການປິ່ນປົວດ້ວຍລັງສີ ແລະ ເຄມີບໍາບັດແມ່ນໃຊ້ໃນກໍລະນີທີ່ຄົນເຈັບບໍ່ສາມາດຜ່າຕັດໄດ້ ແລະ ເປັນການປິ່ນປົວແບບປະຄັບປະຄອງອາການເທົ່ານັ້ນ.