ສ່ວນໃຫຍ່ແມ່ນເກີດມາຈາກລັງສີ UV ທີ່ມີໃນແສງແດດ ນອກນັ້ນຍັງມີປັດໃຈອື່ນທີ່ກໍ່ໃຫ້ເກີດມະເຮັງຜິວໜັງໄດ້ ເຊັ່ນ: ການໄດ້ຮັບສານພິດທີ່ເປັນອັນຕະລາຍເປັນເວລາດົນ ຫຼື ລະບົບພູມຕ້ານທານຫຼຸດລົງ ແລະ ປັດໃຈສ່ຽງຂອງການເປັນມະເຮັງຜິວໜັງມີດັ່ງນີ້:
– ຜິວໜັງຈືດ ເນື່ອງຈາກຜິວໜັງມີເມັດສີໜ້ອຍ
– ຢູ່ໃນແສງແດດດົນເກີນໄປ ໂດຍບໍ່ໄດ້ໃຊ້ອຸປະກອນປ້ອງກັນ ຫຼື ທາຄີມກັນແດດ
– ອາໄສຢູ່ໃນພື້ນທີ່ບ່ອນມີແດດ ຫຼື ຢູ່ໃນສະຖານທີ່ສູງ
– ມີຂີ້ແມງວັນ ຫຼື ເມັນຫຼາຍເກີນໄປ
– ປະຫວັດຄອບຄົວເປັນມະເຮັງຜິວໜັງ ຫຼື ຄົນເຈັບທີ່ເຄີຍເປັນມະເຮັງຜິວໜັງມາກ່ອນ
– ມີລະບົບພູມຕ້ານທານທີ່ອ່ອນແອ ເປັນຜູ້ຕິດເຊື້ອ HIV
– ການສຳຜັດກັບລັງສີອັນຕະລາຍເປັນເວລາດົນ
– ມີປະຫວັດການສຳຜັດກັບສານເຄມີເຊັ່ນ: ສານອາຊີນິກ ຫຼື ການໄດ້ຮັບສານເຄມີເປັນເວລາດົນ
ມະເຮັງຜິວໜັງ ມີອາການທີ່ເກີດຂຶ້ນບໍລິເວນຜິວໜັງ ສາມາດເຫັນດ້ວຍຕາເປົ່າ ແລະ ສາມາດເກີດຂຶ້ນໄດ້ທົ່ວຮ່າງກາຍ ໂດຍສະເພາະຢູ່ແຂນ, ຂາ, ມື, ໃບໜ້າ ຫຼື ບໍລິເວນທີ່ຖືກແສງແດດເປັນເວລາດົນອາການຂອງມະເຮັງຜິວໜັງແມ່ນແຕກຕ່າງກັນໄປຕາມປະເພດຂອງມະເຮັງຜິວໜັງ ດັ່ງຕໍ່ໄປນີ້:
– ມະເຮັງຜິວໜັງຊະນິດ Basal ອາການທີ່ຈະແຈ້ງທີ່ສຸດແມ່ນມີຕຸ່ມສີບົວ, ສີແດງປົນກັບຜິວໜັງລຽບ ແລະ ມັກຈະມີເສັ້ນເລືອດນ້ອຍກະແຈກກະຈາຍບໍລິເວນຕຸ່ມ ບາງຄັ້ງມັນເບິ່ງເປັນເກັດ ຫຼື ເປັນຂຸຍ. ຕຸ່ມຈາກມະເຮັງຊະນິດນີ້ຈະເຕີບໃຫຍ່ຊ້າ ແລະ ຈະສືບຕໍ່ຂະຫຍາຍຕົວຈົນກວ່າບາດແຜອາດຈະແຕກໃນທີ່ສຸດ ເຮັດໃຫ້ເລືອດໄຫຼອອກແລະ ກາຍເປັນບາດແຜຊໍາເຮື້ອ.
– ມະເຮັງຜິວໜັງຊະນິດ Squamous ອາການຂອງມະເຮັງຊະນິດນີ້ເລີ່ມມີຕຸ່ມສີບົວ ຫຼື ສີແດງ ແລະ ອາດຈະ ເປັນເກັດ ຫຼື ເປັນຫົວແຂງເປັນບາດແຜຢູ່ບໍລິເວນຫົວຕຸ່ມ
– ມະເຮັງຜິວໜັງຊະນິດ melanoma necrosis ທີ່ຢູ່ເທິງຜິວໜັງ, ມະເຮັງຊະນິດນີ້ ໃນເບື້ອງຕົ້ນພວກມັນຄ້າຍຄືປານ ຫຼື ຂີ້ແມງວັນ, ເຕີບໃຫຍ່ໄວ, ມີຂອບເຂດສີທີ່ບໍ່ສະໝໍ່າສະເໝີກັນ. ແນວໃດກໍ່ຕາມ, ບໍລິເວນບາດແຜອາດຈະເປັນເກັດ ແລະ ມີເລືອດອອກ.

– ການກວດກາດ້ວຍຕົນເອງໃນເບື້ອງຕົ້ນ ອັນນີ້ສາມາດເຮັດໄດ້ໂດຍການສັງເກດຄວາມຜິດປົກກະຕິຂອງຜິວໜັງ, ຖ້າມີຕຸ່ມທີ່ຜິດປົກກະຕິ ຫຼື ມີບາດແຜຊຳເຮື້ອຕາມຜິວໜັງ ບໍລິເວນທີ່ຖືກແສງແດດເລື້ອຍ, ຄວນໄປພົບແພດເພື່ອກວດຢ່າງຈະແຈ້ງ.
– ການບົ່ງມະຕິໂດຍທ່ານໝໍ ດ້ວຍການສັງເກດຄວາມຜິດປົກກະຕິຂອງຜິວໜັງ ຖ້າບໍລິເວນຜິດປົກກະຕິສົງໃສວ່າເປັນມະເຮັງ ທ່ານໝໍຈະກວດ biopsy, ເອົາຕົວຢ່າງຂອງເນື້ອທີ່ສົງໃສຂອງຜິວໜັງເພື່ອກວດຫາພະຍາດ ເຊິ່ງເປັນວິທີການທີ່ຊັດເຈນ
ນອກຈາກນັ້ນແລ້ວ ມະເຮັງຜິງໜັງບາງຊະນິດຖ້າກວດພົບ ທ່ານໝໍອາດຈະບອກໃຫ້ຄົນເຈັບວ່າຢູ່ໃນຂັ້ນສ່ຽງ ແລະ ໃຫ້ມີການຕິດຕາມຢ່າງໃກ້ຊິດ ເນື່ອງຈາກອາການເຫຼົ່ານີ້ອາດມີຄວາມສ່ຽງທີ່ຈະເປັນມະເຮັງຜິວໜັງເຊັ່ນ:
– ມີຮອຍບາດແຜຈາກການຖືກແສງແດດເປັນເວລາດົນ
– ຕຸ່ມນູນຂຶ້ນ ແລະ ຫົວແຂງ ຢູ່ໃນບໍລິເວນຂອງຕຸ່ມມີສີແດງ.
– ມີບາດແຜຊຳເຮື້ອຢູ່ຜິວໜັງແລະບໍ່ຫາຍດີ
– ມີປານ ຫຼື ຂີ້ແມງວັນທີ່ໃຫຍ່ກ່ວາປົກກະຕິ, ເຕີບໃຫຍ່ໄວ ຫຼື ມີສີຕ່າງຈາກປົກກະຕິ.
ການຂູດອອກ ແລະ ຈີ້ດ້ວຍໄຟຟ້າ
ເໝາະສົມກັບຜູ້ປ່ວຍມະເຮັງຜິວໜັງທີ່ມີຂະໜາດເນື້ອງອກຂ້ອນຂ້າງນ້ອຍ ທ່ານໝໍຈະໃຊ້ອຸປະກອນພິເສດທີ່ຄ້າຍຄືກັບບ່ວງນ້ອຍເພື່ອເອົາເນື້ອງອກອອກ. ຫຼັງຈາກນັ້ນ, ໃຊ້ກະແສໄຟຟ້າໃສ່ເນື້ອເຍື່ອບໍລິເວນຜິວໜັງ ວິທີນີ້ອາດຈະຕ້ອງໄດ້ເຮັດສອງສາມເທື່ອຕິດຕໍ່ກັນ ຈຶ່ງຈະສາມາດລົບເນື້ອງອກອອກໄປໝົດ.
ການປິ່ນປົວດ້ວຍການຈີ້ເຢັນ
ວິທີການນີ້ແມ່ນໃຊ້ຫຼາຍທີ່ສຸດສໍາລັບມະເຮັງຜິວໜັງໃນໄລຍະຕົ້ນ ໂດຍການໃຊ້ໄນໂຕຣເຈນແຫຼວເພື່ອຈີ້ຜິວໜັງ ໃນບໍລິເວນທີ່ເປັນມະເຮັງ. ຜິວໜັງບໍລິເວນນັ້ນຈະເປັນບາດແຜ ຫຼັງຈາກນັ້ນ ປະມານໜຶ່ງເດືອນ, ເກັດເຫຼົ່ານັ້ນຈະຫາຍໄປ ເຊິ່ງວິທີການປິ່ນປົວນີ້ອາດຈະເຮັດໃຫ້ມີຮອຍແປ້ວສີຂາວນ້ອຍຢູ່ເທິງຜິວໜັງ.
ການຜ່າຕັດຜິວໜັງ
ແມ່ນການຜ່າຕັດ ກ້ອນເນື້ອທີ່ເປັນມະເຮັງຢູ່ໃນຜິວໜັງ ແລະ ເນື້ອເຍື່ອອ້ອມຂ້າງອອກໄປ ຖ້າບາດຜ່າຕັດໃຫຍ່ອາດໃຊ້ຜິວໜັງຈາກສ່ວນອື່ນມາປົກປິດບໍລິເວນບາດແຜເພື່ອເຮັດໃຫ້ບາດແຜເຊົາໄວຂຶ້ນ ແລະ ຈະເຮັດໃຫ້ຮອຍແປ້ວໜ້ອຍລົງ.