ມະເຮັງປອດ
ມະເຮັງປອດ ເປັນມະເຮັງທີ່ພົບຫຼາຍທີ່ສຸດໃນໂລກ ແລະ ເປັນສາຍເຫດຂອງການເສຍຊີວິດສູງທີ່ສຸດ
ງານເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດມະເຮັງ ແມ່ນຈັດຂຶ້ນ ທີ່ສູນສາຍແສງ-ໂຮງໝໍມິດຕະພາບ
– ສັກຢາກັນພະຍາດມະເຮັງປາກມົດລູກ, ມະເຮັງຕັບ – ໃຫ້ກວດສຸຂະພາບທຸກໆປີ ໂດຍສະເພາະຖ້າຄົນໃນຄອບຄົວມີປະຫວັດເປັນມະເຮັງ – ເມື່ອທ່ານມີອາການ ຫຼື ມີຄວາມສ່ຽງທີ່ກ່າວມາຂ້າງເທິງ, ທ່ານຄວນຈະມາກວດດ່ວນເພາະວ່າອາການສ່ວນໃຫຍ່ຢູ່ໃນໄລຍະເລີ່ມຕົ້ນ ເຊິ່ງສາມາດປິ່ນປົວໄດ້.
– ການຜ່າຕັດ – ການປິ່ນປົວດ້ວຍລັງສີ – ການປິ່ນປົວດ້ວຍເຄມີບໍາບັດ – ການປິ່ນປົວດ້ວຍຮໍໂມນ – ການປິ່ນປົວແບບປະສົມ
ປັດຈຸບັນ, ຍັງບໍ່ຮູ້ສາຍເຫດທີ່ແນ່ນອນ ແຕ່ເຊື່ອວ່າມີຫຼາຍປັດໃຈທີ່ກ່ຽວຂ້ອງກັບການເກີດມະເຮັງດັ່ງນີ້:
ເມື່ອຮ່າງກາຍໄດ້ຮັບສານທີ່ກໍ່ໃຫ້ເກີດມະເຮັງເຊັ່ນ: ສານເຄມີ, ໄວຣັດ, ລັງສີ ສິ່ງເຫຼົ່ານີ້ຈະເຮັດໃຫ້ເຊລມີການປ່ຽນແປງ ແລະ ໃນທີ່ສຸດຈຸລັງປົກກະຕິກາຍເປັນຈຸລັງມະເຮັງ, ຖ້າລະບົບພູມຕ້ານທານຂອງຮ່າງກາຍບໍ່ສາມາດທໍາລາຍເຊລນັ້ນໄດ້ ເຊລມະເຮັງຈະຂະຫຍາຍໂຕເປັນມະເຮັງຢ່າງໄວ.
ມະເຮັງແມ່ນຫຍັງ? ມະເຮັງ ຖ້າລະບຸຢ່າງຈະແຈ້ງແມ່ນເອີ້ນວ່າ “ ເຊລມະເຮັງ ” ເພາະມັນເກີດຈາກການສ້າງເຊລມະເຮັງໃນຮ່າງກາຍ. ເຊລມະເຮັງ ແມ່ນເຊລທີ່ເຮັດວຽກຜິດປົກກະຕິທີ່ເຮັດໃຫ້ເກີດຄວາມເຈັບປວດ ເຊິ່ງມັນຈະດູດຊຶມເອົາສານອາຫານທີ່ມີປະໂຫຍດ ແລະ ທຳລາຍຈຸລັງທີ່ຢູ່ບໍລິເວນທີ່ມັນຜິດປົກະຕິ ເຊິ່ງມັນສາມາດເກີດຂຶ້ນໄດ້ໃນທຸກພາກສ່ວນຂອງຮ່າງກາຍ. ເມື່ອເກີດຢູ່ໃນຈຸດໃດໜຶ່ງແລ້ວຈະເຮັດໃຫ້ອະໄວຍະວະຢູ່ໃນຈຸດນັ້ນຖືກທຳລາຍໄປເລື້ອຍໆ ແລະ ເມື່ອມັນແຜ່ລາມໄປຫາອະໄວຍະວະທີ່ສຳຄັນ ມັນຈະເຮັດໃຫ້ຄົນເຈັບນັ້ນເສຍຊີວິດ. ການຕອບຄໍາຖາມ ຫຼື ຝາກຂໍ້ຄວາມ, ຄໍາຄິດເຫັນ